ຂ່າວສະຖາບັນ

ພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາຄະນະພັກ ວິທະຍາໄລຄູສະຫວັນນະເຂດ

ລົງວັນທີ: 09-ຕຸລາ-2025 ຜູ້ຂຽນ:ພະແນກຈັດຕັ້ງພະນັກງານ, ກວດກາ ແລະ ປະກັນຄຸນະພາບ

ໃນຕອນເຊົ້າຂອງວັນທີ 30 ກັນຍາ 2025 ທີ່ຫ້ອງປະຊຸມຕຶກເອເຈວິທະຍາໄລຄູສະຫວັນນະເຂດ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງຮອງເລຂາຄະນະພັກຮາກຖານຄົນໃໝ່, ໃຫ້ກຽດເປັນປະທານໂດຍ ສະຫາຍ ຄຳວິໃສ ຜຸຍຍະວົງ ຄະນະປະຈຳພັກແຂວງ,​ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ນາງ ໄຊສະຫວັນ ເພັດດາລາ ຮອງຫົວໜ້າຂະແໜງພັກ ຕາງໜ້າຮອງຫົວໜ້າຂະແໜງກວດກາ, ສະຫາຍ ນາງ ວອນວິໄລ ບານມະນີວົງ ຮອງຫົວນ້າຂະແໜງກວດກາ ຕາງໜ້າຄະນະກວດກາພັກ-ລັດແຂວງ ພ້ອມດ້ວຍສະມາຊິກພັກທັງໝົດທົ່ວວິທະຍາໄລຄູສະຫວັນນະເຂດເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີໄດ້ຮັບຟັງການຜ່ານບົດສະຫຼຸບຜົນງານໃນໄລຍະຜ່ານມາ ຈາກສະຫາຍ ສົມພົງ ສີຈັນທອງທິບ ຄະນະພັກຮາກຖານ ວິທະຍາໄລຄູສະຫວັນນະເຂດ, ຈາກນັ້ນ ສະຫາຍ ນາງ ໄຊສະຫວັນ ເພັດດາລາ ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຮອງເລຂາຄະນະພັກຮາກຖານ ວິທະຍາໄລຄູສະຫວັນນະເຂດ,​ຕໍ່ມາ ສະຫາຍ ຄຳວິໄສ ຜຸຍຍະວົງ ໄດ້ຂຶ້ນມອບມະຕິຕົກລົງ ແລະ ມີຄຳເຫັນໂອ້ລົມຕໍ່ສະຫາຍສະມາຊິກພັກທັງໝົດ ທີ່ເຂົ້າຮ່ວມໃນພິທີຄັ້ງນີ້.

ຂ່າວສານຫຼ້າສຸດ

ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ໄດ້ມອບອຸປະກອນການຮຽນ ແລະ ກິລາ ໃຫ້ນັກສຶກສາ ຄັ້ງວັນທີ 6/11/2025 ເຊິ່ງອຸປະກອນດັ່ງກ່າວແມ່ນ ຮັບມາຈາກ ທ່ານ ບູນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ເຂົ້າຮ່ວມໃນພິທີມອບ ມີ ທ່ານ ຄຳປະເສີດສີສຸວັນນະ ຮອງຫົວພາກວິຊາ ພ້ອມຄູອາຈານພາຍໃນພາກວິຊາ

ລົງວັນທີ:06-ພະຈິກ-2025

ຂ່າວສະຖາບັນ
ພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາຄະນະພັກ ວິທະຍາໄລຄູສະຫວັນນະເຂດ

ລົງວັນທີ:09-ຕຸລາ-2025

ຂ່າວສະຖາບັນ

ລົງວັນທີ:09-ຕຸລາ-2025

ຂ່າວສະຖາບັນ
ຄະນະພາກວິຊາສ້າງຄູເຄມີສາດ ແລະ ຊີວະວິທະຍາ ນິເທດລະບຽບວິຊາການ ແລະ ລະບຽບກິດຈະການນັກສຶກສາ ໃຫ້ແກ່ນັກສຶກສາຄູພາຍໃນພາກວິຊາ

ລົງວັນທີ:17-ກັນຍາ-2025

ຂ່າວສະຖາບັນ

ລົງວັນທີ:02-ກັນຍາ-2025

ຂ່າວສະຖາບັນ
ນັກສຶກສາຄູພາສາອັງກິດ ປະລິນຍາຕີ ລະບົບ 11+3+4 (ໄລຍະພັກສິ້ນປີຮຽນ) ມອບ Printer 1 ເຄື່ອງ ໃຫ້ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ຄັ້ງວັນທີ 21 ສິງຫາ 2025

ລົງວັນທີ:21-ສິງຫາ-2025

ຂ່າວສະຖາບັນ