ໃນວັນທີ 13 ສິງຫາ 2025 ຜ່ານມານີ້, ພາກວິຊາສ້າງຄູເຄມີສາດ ແລະ ຊີວະວິທະຍາ ໄດ້ຈັດຝຶກອົບຮົມການນໍາໃຊ້ AI ໃຫ້ແກ່ນັກສຶກສາ ສາຂາວິຊາຄູເຄມີສາດ ແລະ ຄູຊີວະວິທະຍາ ຈໍານວນ 55 ຄົນ. ໃນພິທີດັ່ງກ່າວ ທ່ານ ສົມພົງ ສີຈັນທອງທິບ ຮອງຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ໄດ້ໃຫ້ກຽດເປັນປະທານກ່າວເປີດ ແລະ ມີຄໍາເຫັນຕໍ່ວິທະຍາກອນ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມ. ເຊິ່ງທ່ານໄດ້ມີຄໍາເຫັນເນັ້ນໜັກເຖິງການນໍາໃຊ້ AI ແມ່ນມີຄວາມຈໍາເປັນ ແລະ ສຳຄັນຫຼາຍໂດຍສະເພາະສຳລັບຄູສອນ. ສິ່ງສຳຄັນແມ່ນຜູ້ຊົມໃຊ້ກໍ່ຕ້ອງຮູ້ຈັກພິຈາລະນາ ແລະ ກັ່ນຕອງຂໍ້ມູນທີ່ໄດ້ຈາກ AI ໃຫ້ເປັນ ຈິ່ງຈະເກີດປະໂຫຍດສູງສຸດ. ຫົວຂໍ້ທີ່ຝຶກອົບຮົມຄັ້ງນີ້ປະກອບດ້ວຍ:
1.ວິທີການຂຽນຄໍາສັ່ງໃຫ້ AI ເຮັດວຽກ ຫຼື ວິເຄາະຂໍ້ມູນ
2.ແນະນໍາການນໍາໃຊ້ Chat GPT ເພື່ອຊ່ວຍໃນການແຕ່ງບົດສອນ
3.ແນະນໍາການນໍາໃຊ້ Gemini ເພື່ອຊ່ວຍໃນການອອກຂໍ້ສອບເສັງ
4.ແນະນໍາການນໍາໃຊ້ Google Scholar