ວັນທີ 8 ສິງຫາ 2025 ຄູອາຈານ ແລະ ນັກສຶກສາຂອງພາກວິຊາສ້າງຄູເຄມີສາດ ແລະ ຊີວະວິທະຍາ ໄດ້ໄປທັດສະນະສຶກສາທີ່
ສູນພັດທະນາ ແລະ ບໍລິການກະສິກຳໜອງເຕົ່າ. ເຊິ່ງນຳພາໂດຍ ທ່ານ ລັດສະໝີ ພະໄຊສີ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ພ້ອມຄະນະ. ໃນວາລະສຳຄັນນີ້ ທ່ານ ລັດສະໝີ ພະໄຊສີ ໄດ້ກ່າວຈຸດປະສົງຂອງການມາທັດສະນະສຶກສາ ແລະ ແນະນໍາໃຫ້ນັກສຶກສາເອົາໃຈໃສ່ໃນການຮຽນຮູ້ຈາກກິດຈະກຳຕ່າງໆທີ່ທາງສູນໄດ້ຈັດຕັ້ງຂື້ນເພື່ອໃຫ້ເກີດການຮຽນຮູ້ຢ່າງມີປະສິດທິດພາບ ແລະ ນໍາໃຊ້ໄດ້ຈິງໃນຊີວິດປະຈໍາວັນ. ໃຫ້ກຽດກ່າວຕ້ອນຮັບ ແມ່ນທ່ານ ປອ ສູນທອນ ເທບປັນຍາ ຜູ້ອຳນວຍການສູນຝ່າຍລາວ ແລະ ທ່ານຍັງໄດ້ບັນຍາຍກ່ຽວກັບປະຫວັດຄວາມເປັນມາຂອງສູນພັດທະນາ ແລະ ບໍລິການກະສິກຳໜອງເຕົ່າ ລວມທັງກິດຈະກຳຕ່າງໆທີ່ສູນໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດຂອງສູນ. ການທັດສະນະສຶກສາຄັ້ງນີ້ຄູອາຈານ ແລະ ນັກສຶກສາພວກເຮົາໄດ້ລົງເລິກສຶກສາສະເພາະກິດຈະກຳຂອງ 4 ໜ່ວຍງານຄື: 1. ໜ່ວຍງານລ້ຽງສັດ: ລ້ຽງແບ້,ເປັດ ແລະ ໄກ່2. ໜ່ວຍງານປູກຝັງ: ປູກເຫົດນາງຟ້າ ແລະ ກ້າເບ້ຍໄມ້ກິນໝາກ
3. ໜ່ວຍງານພັດທະນາທີ່ດິນ: ການເຮັດນ້ຳໝັກຊີວະພາບ ແລະ ເຮັດຝຸ່ນບົ່ມ
4. ໜ່ວຍງານການປະມົງ: ການເພາະພັນປາ ແລະ ກົບ, ການປະສົມພັນທຽມປາ, ການບຳບັດນ້ຳໝຸນວຽນໂດຍໃຊ້ການກັ່ນຕອງແບບທຳມະຊາດເປັນຫຼັກ
ຈາກການທັດສະນະສຶກສາຄັ້ງນີ້, ຄູອາຈານ ແລະ ນັກສຶກສາໄດ້ຮຽນຮູ້ເຂົ້າໃຈວິທີການລຽງສັດ, ປູກພືດ, ການເຮັດຝຸນທຳມະຊາດ ການຈັດສັນທີ່ດິນໃຫ້ເກີດປະໂຫຍດສູງສຸດ ແລະ ຄວາມຮູ້ອື່ນໆຕາມທີ່ໄດ້ຢ້ຽມຢາມ 4 ໜ່ວຍງານດັ່ງກ່າວ. ການທັດສະນະສຶກສາຄັ້ງນີ້ນອກຈາກຈະເປັນກິດຈະກຳທີ່ສະໜັບສະໜູນການຮຽນຮູ້ຕາມເປົ້າໝາຍຂອງຫຼັກສູດແລ້ວ ຍັງເປັນການສ້າງໂອກາດໃຫ້ຜູ້ທີ່ກຳລັງຢາກເຮັດອາຊີບເສີມເພື່ອສ້າງເສດຖະກິດຂອງຄອບຄົວອີກດ້ວຍ.