ບົດຄວາມ

ກິນມັນຝຣັ່ງບຳລຸງຫຼອດເລືອດຫົວໃຈ

ລົງວັນທີ: 18-ທັນວາ-2023 ຜູ້ຂຽນ:ພະແນກຄົ້ນຄວ້າວິທະຍາສາດ ແລະ ພັດທະນາວິຊາຊີບຄູ

ມັນຝຣັ່ງອຸດົມສົມບູນໄປ ດ້ວຍວິຕາມິນເບ, ວິຕາມິນເຊ, ໂປຕັສຊຽມ, ໃຍອາຫານ ແລະ ໂປຣຕີນ ນອກຈາກນີ້ ຍັງມີຄາໂບຣໄຮ ເດຣດທີ່ປະປົນຢູ່ນຳ ຫລື ຄາບໄຮເດຣດ ທີ່ມີສານຊະນິດອື່ນໆເຊັ່ນ: ໄຂມັນໂປຣຕີນທີ່ປະກອບ ຢູ່ໃນໂມເລກຸນໃນຮ່າງກາຍ ຈິ່ງສາມາດຍ່ອຍ ອາຫານໄດ້ຊ້າ ແລະ ສາມາດຄວບຄຸມ ລະບົບນ້ຳຕານໃນເລືອດໄດ້ດີ ແຖມຍັງເປັນພືດຜັກທີ່ຄົນ ປ່ວຍໂຊເປັນພະຍາດເບົາຫວານ ຮັບປະທານໄດ້ມັນຝຣັ່ງ ມີສັບພະຄຸນລວມ ຫລາຍຢ່າງທີ່ຖືວ່າດີ ຕໍ່ຫລອດເລືອດໃນຫົວໃຈ, ບຳລຸງລະບົບປະສາດ, ລະບົບຖ່າຍເທສິ່ງເສດເຫລືອ ໃນຮ່າງກາຍ ແລະ ບຳລຸງຜິວຫນັງຂອງ ຄົນທຸກຮຸ່ນທຸກໄວ.
ເຖິງຢ່າງໃດກໍ່ຕາມ ກ່ອນຈະຮັບປະທານມັນຝຣັ່ງ ທຸກຄັ້ງຄວນຄຳນຶງເຖິງການປຸງແຕ່ງ ແລະ ຮັບປະທານສາກ່ອນເພາະ ຢູ່ທີ່ນະຄອນນິວຢອກສະຫະລັດອາເມລິກາແນະນຳ ໃຫ້ຄົນຮັບປະ ທານມັນຝຣັ່ງໄດ້ ແຕ່ຕ້ອງຢູ່ໃນຂະຫນາດທີ່ ເຫມາະສົມເພາະຖ້າຮັບປະທານ ຫລາຍເກີນໄປກໍ່ ອາດຈະເຮັດໃຫ້ຮ່າງກາຍ ເພີ່ມທາດແປ້ງໄດ້ງ່າຍ ແລະ ເປັນໂລກຄວາມດັນໄດ້ ດັ່ງນັ້ນ ວິທີທີ່ດີທີ່ສຸດສຳລັບຜູ້ທີ່ ມັກຮັບປະທານມັນຝຣັ່ງ ໃນຄົນທຸກຮຸ່ນທຸກໄວແມ່ນຂໍແນະນຳ ໃຫ້ເອົາມັນຝຮັ່ງໄປຕົ້ມ ຫລື ອົບ ເພື່ອຈະເຮັດໃຫ້ສານອາຫານ ຈຳພວກໄຂມັນນັ້ນຫລຸດລົງ ແຕ່ຄົງໄວ້ດ້ວຍ ສານອາຫານທີ່ດີ, ດັ່ງນັ້ນຖ້າທ່ານໃດທີ່ຮັບ ປະທານມັນຝຣັ່ງຫລາຍ ເກີນໄປໃນທຸກໆມື້ ກໍ່ຄວນຫລຸດອາຫານ ຈຳພວກອື່ນໆ ໃນແຕ່ລະຄາບລົງໄປອີກ ເພື່ອສຸຂະພາບ ທີ່ດີ ແລະ ຫ່າງໄກຈາກໂລກອ້ວນ.
ຂໍ້ຄວນຮູ້ກ່ຽວກັບມັນ ຝຣັ່ງ: ບໍລິເວນເປືອກ ຫລື ຜີວຫນັງຂອງມັນຝຣັ່ງ ເປັນແຫລ່ງທີ່ມີໃຍອາຫານ ແລະ ທາດໂປຕາດຊຽມຫລາຍ ທີ່ສຸດໃນຂະ¬ນະທີ່ເນື້ອມັນຝຣັ່ງ ໃກ້ກັບເປືອກຈະ ອຸດົມໄປດ້ວຍວິຕາມິນເຊ ດັ່ງນັ້ນ ຈິ່ງຄວນກິນຫມົດເປືອກ ແຕ່ໃນບໍລິເວນດັ່ງກ່າວ ນີ້ກໍ່ເປັນແຫລ່ງສະສົມຂອງ ສານເຄມີຈາກການ ປູກຫາກຕ້ອງການຄວາມປອດໄພ ແລະ ຄວາມສະບາຍໃຈກ່ອນ ຈະນຳມາປຸງແຕ່ງ ແລະ ຮັບປະ¬ທານແມ່ນຄວນນຳມາ ລ້າງໃຫ້ມັນສະອາດ ຫລື ເລືອກຊື້ມັນຝຣັ່ງສະເພາະ ຈາກສວນທີ່ປູກໂດຍປັດ ສະຈາກສານເຄມີ, ທີ່ສຳຄັນແມ່ນບໍ່ຄວນນຳເອົາ ໄປປຸງແຕ່ງຮ່ວມກັບເນີຍ ຫລື ຄຣີມເພາະຈະເຮັດໃຫ້ ມີໄຂ່ມັນອີ່ມຕົວໄດ້.

ຂໍ້ມູນຈາກ http://www.ecom.org.la
ຮຽບຮຽງໂດຍ: ອະນຸໄຊ ສຸຊະລາດ

ຂ່າວສານຫຼ້າສຸດ

ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດກອງປະຊຸມຕິດຕາມ, ກວດກາ ແລະ ເກັບກຳການນໍາໃຊ້ຄູ ຢູ່ວິທະຍາໄລຄູສະຫວັນນະເຂດ ສົກຮຽນ 2024-2025.

ລົງວັນທີ:21-ມີນາ-2025

ຂ່າວສະຖາບັນ
ພິທີປະກາດເລື່ອນສະມາຊິກພັກສຳຮອງ ເປັນ ສະມາຊິກພັກສົມບູນ

ລົງວັນທີ:15-ມີນາ-2025

ຂ່າວສະຖາບັນ
ພິທີປະກາດບົ່ງຕົວແຕ່ງຕັ້ງຮອງເລຂາໜ່ວຍພັກວິທະຍາສາດທຳມະຊາດ ຮາກຖານພັກວິທະຍາໄລຄູສະຫວັນນະເຂດ

ລົງວັນທີ:15-ມີນາ-2025

ຂ່າວສະຖາບັນ
ກອງປະຊຸມການນຳສະເໜີຂອບຄວາມຄິດ ແລະ ແຜນດຳເນີນການວິໄຈ ສະໜັບສະໜູນບົດວິພາກໃນການຍົກສະຖານະ ວິທະຍາໄລຄູ ເປັນສະຖາບັນສ້າງຄູ ປະຈຳສົກປີ 2025 ຄັ້ງວັນທີ 13 ມີນາ 2025 ທີ່ວິທະຍາໄລຄູສະຫວັນນະເຂດ

ລົງວັນທີ:15-ມີນາ-2025

ຂ່າວສະຖາບັນ
ກອງປະຊຸມຖອດຖອນບົດຮຽນວຽກງານຈັດຕັ້ງ ແລະ ພະນັກງານ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງຂະແໜງການສຶກສາທິການ ແລະ ກິລາ ທາງລະບົບອອນໄລ

ລົງວັນທີ:14-ມີນາ-2025

ຂ່າວສະຖາບັນ
ພາກວິຊາສາ້າງຄູພາສາອັງກິດ-ໄອຊີທີ ວິທະຍາໄລຄູສະຫວັນນະເຂດໄດ້ຈັດການແຂ່ງຂັນກິລາປະຈຳສົກຮຽນ 2024-2025 ຄັ້ງວັນທີ 17 ກຸມພາ 2025 ເຊິ່ງການແຂ່ງຂັນປະກອບມີ 3 ປະເພດ ດັ່ງນີ້: 1.ບານເຕາະ ຊາຍ-ຍິງ, 2. ບານສົ່ງ ຊາຍ-ຍິງ, 3. ກະຕໍ້ ຊາຍ-ຍິງ

ລົງວັນທີ:27-ກຸມພາ-2025

ຂ່າວສະຖາບັນ