ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



04/03/2014 8:22:17 pm - ກອງປະຊຸມແນະນຳກ່ຽວກັບການຕິດຕັ້ງ ແລະ ແນະນຳຖານຂໍ້ມູນລະບົບ TEMIS
ວັດຜົນ-ປະເມີນຜົນ


ກອງປະຊຸມແນະນຳກ່ຽວກັບການຕິດຕັ້ງ ແລະ ແນະນຳຖານຂໍ້ມູນລະບົບ TEMIS
ທີ່ວິທະຍາໄລຄູບ້ານເກິນ, ຄັ້ງວັນທີ 24-26 ກຸມພາ 2014
ທີ່ວິທະຍາໄລຄູບ້ານເກິນ, ຄັ້ງວັນທີ 24 ກຸມພາ 2014 ໄດ້ມີການຈັດກອງປະຊຸມແນະນຳກ່ຽວກັບການຕິດຕັ້ງ ແລະ ແນະນຳຖານຂໍ້ມູນລະບົບ TEMIS
ໃຫ້ກັບພະນັກງານທີ່ສັງກັດທີ່ຫ້ອງການວັດປະເມີນຜົນ ຂອງ ວິທະຍາໄລຄູ ທັງ 8 ແຫ່ງ.
ພາຍໃຕ້ການເປັນປະທານຂອງທ່ານ ຈັນດີ ພົມມະບຸດ ຫົວໜ້າກົມສ້າງຄູ ແລະ ທ່ານ ອຸດອນ ເທບວົງສາ ຜູ້ອຳນວຍການ ວິທະຍາໄລຄູ ບ້ານເກິນ.
ນອກຈາກນັ້ນ, ຍັງປະກອບມີແຂກ ແລະ ສຳມະນາກອນ ຈາກພາກສ່ວນທີ່ກ່ຽວຂ້ອງທັງໝົດ 38 ທ່ານ ຍິງ 7 ທ່ານ ດັ່ງນີ້:
1. ທ່ານ ເກດ ພັນລັກ ຮອງຫົວໜ້າກົມສ້າງຄູ
2. ທ່ານ ຄູນ ພົມມະທາ ຮອງຜູ້ອຳນວຍການຝ່າຍວິຊາການ ວິທະຍາໄລຄູບ້ານເກິນ
3. ທ່ານ ມະອາລີ ວໍລະບຸດ ຫົວໜ້າພະແນກປະເມີນຜົນກົມສ້າງຄູ
4. ທ່ານ ຄະນະຫ້ອງການວັດປະເມີນຜົນ ວິທະຍາໄລຄູ ທັງ 8 ແຫ່ງ
5. ສຳມະນາກອນ ຈາກ ວິທະຍາໄລຄູ ທັງ 8 ແຫ່ງ (ສໍາລັບ ວິທະຍາໄລຄູສະຫວັນນະເຂດ ປະກອບມີ 3 ທ່ານ ຄື: ທ່ານ ບໍລົມ ເກດຕະວົງ
ຫົວໜ້າຫ້ອງການວັດປະເມີນຜົນ, ທ່ານ ອະນຸໄຊ ສຸຂະລາດ ຫົວໜ້າໜ່ວຍງານເກັບກໍາ-ສັງລວມຂໍ້ມູນ ແລະ ທ່ານ ມະນູສັກ ຈັດຕຸໄຊ ຫົວໜ້າໜ່ວຍງານ ICT)
ໃນຕອນຕົ້ນ ທ່ານ ຈັນດີ ພົມມະບຸດ ຫົວໜ້າກົມສ້າງຄູ ກໍ່ໄດ້ຂຶ້ນກ່າວທິດຊີ້ນຳ ແລະ ກ່າວເປີດພິທີຢ່າງເປັນທາງການ ແລະ ໃນຕອນທ້າຍກ່ອນທີ່ທ່ານຈະກ່າວເປີດພິທີ
ທ່ານຫົວໜ້າກົມສ້າງຄູ ກໍ່ໄດ້ເນັ້ນ ເຖິງຄວາມສຳຄັນຂອງລະບົບຖານຂໍ້ມູນ ແລະ ທີ່ສຳຄັນແມ່ນໃຫ້ທຸກພາກສ່ວນນຳເອົາຄວາມຮູ້ທີ່ໄດ້ຈາກກອງປະຊຸມຄັ້ງນີ້ ແລ້ວນຳໄປ
ຜັນຂະຫຍາຍໃຫ້ກັບພະນັກງານພາຍໃນວິທະຍາໄລຄູຂອງຕົນ ທັງເປັນກາທົດສອບຄວາມສາມາດ, ສະມັດຖະພາບຂອງຄູ ແລະ ຕ້ອງມີການຊ່ວຍເຫຼືອກັນພາຍໃນ
ວິທະຍາໄລຄູທັງ 8 ແຫ່ງ ໃຫ້ມີຄວາມກ້າວໜ້າໄປພ້ອມໆກັນ. ສຳລັບວິທະຍາກອນໃນຄັ້ງນີ້ ແມ່ນ ອາຈານ ມະນູສັກ ຈັດຕຸໄຊ ຈາກວິທະຍາໄລຄູສະຫວັນນະເຂດ
ເປັນຜູ້ທີ່ຂຽນໂປຣແກຣມນີ້ຂຶ້ນມາ ແລ້ວສົມທົບກັບກົມສ້າງຄູ ຈັດກອງປະຊຸມນີ້ຂຶ້ນມາ. ໃນການເຝິກອົບຮົມຄັ້ງນີ້ປະກອບມີ 9 ໂມດູນ ຄື:
1. ການລົງທະບຽນນັກສຶກສາ
2. ການແກ້ໄຂຂໍ້ມູນນັກສຶກສາ
3. ການປ້ອນຄະແນນ ແລະ ການຮຽນການສອນ
4. ການກວດປະຫວັດ + ອັບເດດຂໍ້ມູນ + ພິມໃບປະຄະແນນ
5. ການປ້ອນຂໍ້ມຸນພະນັກງານ ແລະ ໃບທະບຽນນັກສຶກສາ
6. ການບັນທຶກການນຳໃຊ້
7. ການຄວບຄຸມລະບົບ
8. ການຕັ້ງຄ່າໂປຣແກຣມ
9. ການລາຍງານ (ລາຍງານກົມສ້າງຄູດ້ວຍຟາຍເອເລັກໂຕນິກ).
ຫຼັງຈາກສິ້ນສຸດການອົບຮົມ ເປັນເວລາ 2 ວັນ ສາມາດສະຫຼຸບໄດ້ວ່າ ບັນດາສຳມະນາກອນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ແມ່ນສາມາດຮັບຮູ້ ແລະ ເຂົ້າໃຈເຖິງວິທີການຕິດຕັ້ງ
ແລະ ນຳໃຊ້ລະບົບຖານຂໍ້ມູນໃນລະດັບພື້ນຖານ ແລະ ກໍ່ຍັງມີບາງຈຸດທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃຫ້ມັນສະດວກຂຶ້ນຕື່ມອີກ.
ຮອດເວລາ 4 ໂມງ 00 ນາທີ ທ່ານ ອຸດອນ ເທບວົງສາ ຜູ້ອຳນວຍການວິທະຍາໄລຄູບ້ານເກິນ ກໍ່ໄດ້ຂຶ້ນກ່າວສະຫຼູບ ແລະ ກ່າວຄຳຂອບໃຈຕໍ່ກັບການມາຈັດກອງປະຊຸມ
ຢູ່ສະຖານທີແຫ່ງນີ້ ພ້ອມທັງກ່າວປິດກອງປະຊຸມດັ່ງກ່າວລົງຢ່າງເປັນທາງການ.

ຮຽບຮຽງ ແລະ ລາຍງານຂ່າວໂດຍ : ອະນຸໄຊ ສຸຂະລາດ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ