ຂ່າວສະຖາບັນ

ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດກອງປະຊຸມຕິດຕາມ, ກວດກາ ແລະ ເກັບກຳການນໍາໃຊ້ຄູ ຢູ່ວິທະຍາໄລຄູສະຫວັນນະເຂດ ສົກຮຽນ 2024-2025.

ລົງວັນທີ: 21-ມີນາ-2025 ຜູ້ຂຽນ:ພະແນກຈັດຕັ້ງພະນັກງານ, ກວດກາ ແລະ ປະກັນຄຸນະພາບ

ໃນຕອນເຊົ້າຂອງວັນ 20 ມີນາ 2025 ເວລາ 8 ໂມງ 30 ນາທີ ທີ່ຫ້ອງປະຊຸມຊັ້ນ 2 ຂອງວິທະຍາໄລຄູສະຫວັນນະເຂດ ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດກອງປະຊຸມ ຕິດຕາມ, ກວດກາ ແລະ ເກັບກຳການນໍາໃຊ້ຄູ ຢູ່ວິທະຍາໄລຄູສະຫວັນນະເຂດ ສົກຮຽນ 2024-2025 ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງທ່ານ ລັດສະໝີ ພະໄຊສີ ຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ ແລະ ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ປະທານຮ່ວມ ພ້ອມຄະນະ, ນອກນັ້ນ, ຍັງມີຫົວໜ້າພະແນກ, ຫົວໜ້າພາກວິຊາ, ຜູ້ອຳນວຍການໂຮງຮຽນ ສາທິດທັງ 3 ແຫ່ງ ພ້ອມດ້ວຍນັກວິຊາການປ້ອນຂໍ້ມູນ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

          ໃນເບື້ອງຕົ້ນ ທ່ານ ລັດສະໝີ ພະໄຊສີ ຜູ້ອຳນວຍການ ວິທະຍາໄລຄູສະຫວັນນະເຂດ ໄດ້ຂຶ້ນລາຍງານສະພາບລວມຂອງ ວິທະຍາໄລຄູສະຫວັນນະເຂດ ພ້ອມທັງ ກ່າວຕ້ອນຮັບແຂກ. ຈາກນັ້ນ, ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນສະເໜີຈຸດປະສົງ,  ແຜນການເຄື່ອນໄຫວ ແລະ ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມໃນຄັ້ງນີ້. ຈາກນັ້ນ, ທ່ານ ນາງ ສຸດາຈັນ ແສນມະນີ ຮອງຫົວໜ້າພະແນກພັດທະນາລັດຖະກອນ ໄດ້ຂຶ້ນແນະນໍາການປ້ອນຂໍ້ມູນໃສ່ຮ່າງເຄື່ອງມື.

ການປ້ອນຂໍ້ມູນກ່ຽວກັບນຳໃຊ້ຄູແມ່ນໄດ້ສຳເລັດລົງດ້ວຍຜົນສຳເລັດທີ່ດີໃນຕອນບ່າຍຂອງມື້ດຽວກັນ.

ຂ່າວໂດຍ: ດາວມະໂນລັກ ແກ້ວມຸງຄຸນ

ຂ່າວສານຫຼ້າສຸດ

ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ໄດ້ມອບອຸປະກອນການຮຽນ ແລະ ກິລາ ໃຫ້ນັກສຶກສາ ຄັ້ງວັນທີ 6/11/2025 ເຊິ່ງອຸປະກອນດັ່ງກ່າວແມ່ນ ຮັບມາຈາກ ທ່ານ ບູນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ເຂົ້າຮ່ວມໃນພິທີມອບ ມີ ທ່ານ ຄຳປະເສີດສີສຸວັນນະ ຮອງຫົວພາກວິຊາ ພ້ອມຄູອາຈານພາຍໃນພາກວິຊາ

ລົງວັນທີ:06-ພະຈິກ-2025

ຂ່າວສະຖາບັນ
ພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາຄະນະພັກ ວິທະຍາໄລຄູສະຫວັນນະເຂດ

ລົງວັນທີ:09-ຕຸລາ-2025

ຂ່າວສະຖາບັນ

ລົງວັນທີ:09-ຕຸລາ-2025

ຂ່າວສະຖາບັນ
ຄະນະພາກວິຊາສ້າງຄູເຄມີສາດ ແລະ ຊີວະວິທະຍາ ນິເທດລະບຽບວິຊາການ ແລະ ລະບຽບກິດຈະການນັກສຶກສາ ໃຫ້ແກ່ນັກສຶກສາຄູພາຍໃນພາກວິຊາ

ລົງວັນທີ:17-ກັນຍາ-2025

ຂ່າວສະຖາບັນ

ລົງວັນທີ:02-ກັນຍາ-2025

ຂ່າວສະຖາບັນ
ນັກສຶກສາຄູພາສາອັງກິດ ປະລິນຍາຕີ ລະບົບ 11+3+4 (ໄລຍະພັກສິ້ນປີຮຽນ) ມອບ Printer 1 ເຄື່ອງ ໃຫ້ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ຄັ້ງວັນທີ 21 ສິງຫາ 2025

ລົງວັນທີ:21-ສິງຫາ-2025

ຂ່າວສະຖາບັນ