ໃນຕອນບ່າຍ ຂອງວັນທີ 14 ມີນາ 2025 ທີ່ຫ້ອງປະຊຸມຕຶກ ເອເຈ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງຮອງເລຂາໜ່ວຍພັກຫ້ອງການວິທະຍາສາດທຳມະຊາດ ທີ່ຂຶ້ນກັບຄະນະພັກຮາກຖານວິທະຍາໄລຄູສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງສະຫາຍ ລັດສະໜີ ພະໄຊສີ ເລຂາຄະນະພັກຮາກຖານ ວິທະຍາໄລຄູສະຫວັນນະເຂດ, ຕາງໜ້າ 6 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ຕໍ່ມາ ສະຫາຍ ບຸນປອນ ເພັດບຸນເຮືອງ ກຳມະການໜ່ວຍພັກ ຫ້ອງການວິທະຍາສາດທຳມະຊາດ ໄດ້ຂຶ້ນຜ່ານບົດສະຫຼຸບ ການຊີ້ນຳ ນຳພາໃນໄລຍະຜ່ານມາໂດຍຫຍໍ້, ຈາກນັ້ນ ສະຫາຍນາງ ຈັນສຸດາ ຈັນທິວົງ ຄະນະພັກຮາກຖານ ປະທານກວດກາ ໄດ້ຂຶ້ນຜ່ານມະຕິຕົກລົງການປົ່ງຕົວແຕ່ງຕັ້ງ ສະຫາຍ ອິນສົ່ງ ລາສະສານ ເປັນຮອງເລຂາໜ່ວຍພັກຫ້ອງການວິທະຍາສາດທຳມະຊາດຄົນໃໝ່
ຈາກນັ້ນ ສະຫາຍເລຂາຄະນະພັກຮາກຖານໄດ້ຂຶ້ນມອບມະຕິຕົກລົງໃຫ້ແກ່ສະຫາຍຮອງເລຂາໜ່ວຍພັກຄົນໃໝ່ ແລະ ໄດ້ຂຶ້ນກ່າວຄຳໂອ້ລົມ ຕໍ່ກອງປະຊຸມ ແລະ ສະຫາຍຮອງເລຂາໜ່ວຍພັກກໍ່ໄດ້ຂຶ້ນຮັບຄຳໂອວາດຈາກສະຫາຍເລຂາຄະນະພັກຮາກຖານ.
ລົງຂ່າວໂດຍ : ອຈ ດາວມະໂນລັກ ແກ້ວມຸງຄຸນ