ລົງຂ່າວໂດຍ: ອຈ ດາວມະໂນລັກ ແກ້ວມຸງຄຸນ
ໃນຕອນເຊົ້າຂອງວັນທີ 13 ມີນາ 2025 ໄດ້ມີກອງປະຊຸມຖອດຖອນບົດຮຽນວຽກງານຈັດຕັ້ງ ແລະ ພະນັກງານ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງຂະແໜງການສຶກສາທິການ ແລະ ກິລາ ທົ່ວປະເທດ ທາງລະບົບອອນໄລ ໂດຍມີຄະນະພັກຮາກຖານ-ຄະນະອຳນວຍການ ຫົວໜ້າພະແນກຈັດຕັ້ງພະນັກງານ, ກວດກາ ແລະ ປະກັນຄຸນນະພາບ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການຂອງວຽກງານຈັດຕັ້ງພະນັກງານ ຂອງວິທະຍາໄລຄູສະຫວັນນະເຂດ ກໍໄດ້ເຂົ້າຮ່ວມກອງປະຊຸມ ທີ່ຫ້ອງປະຊຸມອອນລາຍ ຕຶກ AJ ວິທະຍາໄລຄູສະຫວັນນະເຂດ ເຊິ່ງໄດ້ເລີ່ມແຕ່ເວລາ 8 ໂມງ 30 ນາທີ ເປັນຕົ້ນໄປ ເຊິ່ງໃນກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານກ່າວເປິດກອງປະຊຸມ ໂດຍທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.
ເນື້ອໃນກອງປະຊຸມ ໄດ້ເຜິຍແຜ່ ຄຳແນະນຳກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍທ່ານ ອິນທະວົງ ມະນີທອງ
ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ. ຕໍ່ມາໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ
ພະນັກງານປະຈຳປີ 2024 ແລະ ທິດທາງແຜນ ປະຈຳປີ 2025 ຂອງຂະແໜງການສຶກສາທິການ ແລະ ກິລາ ໂດຍທ່ານ ປອ ຕຸດາວັນ ໜໍ່ເມືອງເສດ
ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ
ລົງວັນທີ:02-ເມສາ-2025
ລົງວັນທີ:21-ມີນາ-2025
ລົງວັນທີ:15-ມີນາ-2025
ລົງວັນທີ:15-ມີນາ-2025
ລົງວັນທີ:15-ມີນາ-2025
ລົງວັນທີ:14-ມີນາ-2025